Welcome to LANEXANG TECH

LANEXANG TECHNOLOGY

ຜະລິດຕະພັນໃໝ່ແນະນຳ Our new Product released

Smart Home and Security

ເປັນລະບົບເບິ່ງແຍງເຮືອນອັດສະລິຍະ, ສາມາດຄວບຄຸມລະບົບໄດ້ຈາກມືຖື, ພ້ອມກັນນີ້ຍັງສາມາດປ້ອງກັນໂຈນ, ລະບົບຄວາມປອດໄພໃຫ້ແກ່ເຮືອນ, ຫ້ອງການ, ເຮືອນສວນ, ຫ້ອງແຖວ ແລະ ຮ້ານຂອງທ່ານໃຫ້ປອດໄພ ເວລາຢູ່ໄກສາຍຕາ, ການເຮັດວຽກຂອງລະບົບແມ່ນ ມີດ່ັງນີ້:

  • ສຽງດັງ ເມື່ອເວລາປະຕູເຮົາຖືກງັດ

  • ສົ່ງຂໍ້ຄວາມຫາເຮົາຜ່ານ ວອດແອັບໄດ້

  • ສາມາດສັ່ງເປີດໄຟອ້ອມເຮືອນໄດ້ ເວລາຖືກງັດ

  • ສັ່ງເປີດປິດໄຟເຮືອນ ຜ່ານມືຖື

  • ຕັ້ງເວລາເປີດປິດໄຟໄດ້

  • ຕັ້ງເວລາເປີດປິດລະບົບເຕືອນໄພ

  • ສາມາດເພີ່ມຟັງຊັນພິເສດເຊັ່ນ: ຕາເວັນຕົກດິນສາມາດເປີດດອກໄຟໄດ້, ຕາເວັນຂື້ນແມ່ນປິດດອກໄຟໄດ້.

  • ສາມາດເພີ່ມຟັງຊັ່ນພິເສດເຊັ່ນ: ມີສຽງດັງ ຫຼື ມີການເຄື່ອນໃຫວ ໃຫ້ດອກໄຟເປີດໄດ້.

  • ແລະ ຟັງຊັນອື່ນໆ (ສາມາດບອກເງື່ອນໄຂໄດ້)

ລະບົບ Smart Farm

ເປັນລະບົບຄວບຄຸມຟາມຂອງເຮົາ, ໂດຍທີ່ຫຼຸດຜ່ອນຄວາມຜິດພາດຈາກຄົນ, ແລະ ເພີ່ມຄວາມສະດວກສະບາຍ, ແລະ ປະສິດທິພາບຂອງເງິນເຮົາທີ່ລົງທຶນໄປ ໃຫ້ຄຸ້ມຄ່າຫຼາຍທີ່ສຸດ ຄວາມສາມາດຂອງລະບົບມີດັ່ງນີ້:

  • ຄວບຄູມລະບົບເປີດປິດນ້ຳອັດຕະໂນມັດ ໃສ່ໂຮງເຮືອນຂອງຟາມເຮົາຜ່ານມືຖື.

  • ສາມາດຕັ້ງໂມງໃຫ້ຫົດນ້ຳອັດຕະໂນມັດໄດ້.

  • ສາມາດຕັ້ງເງື່ອນໄຂເຊັ່ນ: ໂຮງເຮືອນຫຼັງທີ 1 ປ່ອຍນ້ຳຫົດ 3 ນາທີແລ້ວປິດນ້ຳ ແລະ ສັ່ງເປີດນ້ຳໂຮງເຮືອນຫຼັງຕໍ່ໆໄປ.

  • ສາມາດເຊັກອຸນຫະພູມໄດ້ ວ່າໂຮງເຮືອນເຮົາອຸນຫະພູມທໍ່ໃດ

  • ເຊັກຄວາມຊູ່ມຂອງດິນໄດ້

  • ສາມາດຕັ້ງເງື່ອນໄຂການຫົດນ້ຳໄດ້ເຊັ່ນ: ເມື່ອດິນແຫ້ງ, ລະບົບຈະຫົດນ້ຳອັດຕະໂນມັດໄດ້ ຫຼື ຕາເວັນຕົກດິນລະບົບຈະເລີ່ມຫົດນ້ຳໄດ້.

  • ຮອງຮັບລະບົບຟາມການປູກແບບໄຮໂດລິກ

ເຮົາພັດທະນາເອງ ທີມງານຄົນລາວ 100%

ໝັ້ນໃຈໄດ້ເລີຍວ່າ ເຂົ້າກັບຄວາມຕ້ອງການຂອງບ້ານເຮົາເຕັມຮ້ອຍ.

ສາມາດກຳນົດເງື່ອນໄຂ ຂອງການເຮັດວຽກຕາມຄວາມຕ້ອງການຂອງຜູ້ໃຊ້ ເຊັ່ນ: ຕ້ອງການເພີ່ມເຊັ່ນເຊີ້ໃຫ້ຫຼາຍຂື້ນ ເມື່ອມີປະຕູຫຼາຍປ່ອງ, ເພີ່ມເຊັນເຊີ້ ຈັບຄວາມຊູ່ມ, ຈັບອຸນຫະພູມ, ຈັບແສງສະຫວ່າງ, ຈັບການເຄື່ອນໃຫວ,​ ຈັບສຽງ ແລະ ອື່ນໆ

ສາມາດເພີ່ມຟັງຊັ່ນໃຊ້ງານໄດ້ໝົດຕາມຄວາມຕ້ອງການຂອງລູກຄ້າ ເຊັ່ນ: ຕັ້ງເວລາເປີດປິດລະບົບ, ຟ້າມືດ ໃຫ້ລະບົບເຮັດວຽກ, ອຸນຫະພູມສູງຂື້ນໃຫ້ລະບົບເປີດແອ, ເມື່ອມີການເຄື່ອນໃຫວໃນເຮືອນ ສາມາດເປີດໄຟໄດ້ ແລະ ອື່ນໆ

ເຊິ່ງຕ່າງຈາກຂອງທີ່ຊື້ລາຄາຖືກມາຈາກຕ່າງປະເທດ ທີ່ບໍ່ສາມາດເພີ່ມເງື່ອນໄຂ ແລະ ຟັງຊັນໄຊ້ງານຕ່າງໆໄດ້

ລາຄາທີ່ເຂົ້າເຖິງງ່າຍ

ໃນລະດັບລະບົບທີ່ຂຽນຂື້ນເອງ ແລະ ພັດທະນາໃຫ້ເຂົ້າຕາມຜູ້ໃຊ້ງານແບບນີ້ ໃນທ້ອງຕະຫຼາດ ຕ່າງປະເທດລາຄາບໍ່ໄດ້ຖືກ ຄືຂອງສຳເລັດຮູບທົ່ວໄປ, ເຮົາກ້າເວົ້າໄດ້ເລີຍວ່າ ລາຄາຢູ່ບ່ອນອື່ນແພງ ຖ້າເຮົາໄປຈ້າງເຂົາເຮັດລະບົບໃຫ້ແບບນີ້ ລາຄາແພງກວ່າຂອງເຮົາ 4-5 ເທົ່າແນ່ນອນ.

ເຫດຜົນທີ່ລະບົບແບບນີ້ໃນຕະຫຼາດລາຄາແພງ ຍ້ອນວ່າ ຄ່າໃຊ້ຈ່າຍຈະສູງຫຼາຍ ໃນການຈ້າງຄົນຂຽນໂປຣແກຼມ, ແລະ ລາຄາອຸປະກອນຄວບຄຸມຕ່າງໆ ລວມເຖິງການບໍລິການຫຼັງການຂາຍ ທີ່ຕ້ອງໃດ້ຈ່າຍບໍລິຫານ.

ເປັນຫຍັງເຮົາຈຶ່ງໃຫ້ລາຄາທີ່ຖືກກວ່າໄດ້? ຍ້ອນວ່າບ້ານເຮົາຍັງໃໝ່ຫຼາຍ ກັບລະບົບແບບນີ້ ເລີຍຍັງບໍ່ທັນລຶ້ງເຄີຍກັບລາຄາທີ່ຈ່າຍ, ແລະ ເຮົາຢາກໃຫ້ຄົນລາວໃດ້ໃຊ້ຂອງຄົນລາວເອງ ຫຼີກລ່ຽງຂອງບໍ່ໄດ້ຄຸນນະພາບຈາກບ່ອນອື່ນ

ຕິດຕັ້ງ ແລະ ຮັບປະກັນ 1 ປີເຕັມ

ທາງທີມງານເຮົາຈະລົງໄປຕິດຕັ້ງໃຫ້ເອງ ເພື່ອຫຼີກລ່ຽງການຕິດຕັ້ງເອງ ເຊິ່ງຈະເຮັດໃຫ້ລະບົບເຮັດວຽກເຕັມປະສິດທິພາບ ແລະ ການໃຊ້ງານ

ໝັ້ນໃຈໃນຄຸນນະພາບ ພວກເຮົາກ້າຮັບປະກັນໃຫ້ເຖິງ 1 ປີເຕັມ, ຖ້າມີບັນຫາ ທີ່ເກີດຈາກເຄື່ອງ ຫຼື ລະບົບເອງ ເຮົາສາມາດເຂົ້າໄປແກ້ໄຂ ແລະ ປ່ຽນເຄື່ອງໃຫ້ໃໝ່ຖ້າບັນຫາບໍ່ໄດ້ເກີດຈາກຜູ້ໃຊ້ງານ.

ລະບົບທີ່ຂາຍສຳເລັດຮູບທົ່ວໄປ ບໍ່ໄດ້ສົນເລື່ອງບໍລິການຫຼັງການຂາຍ ແລະ ບໍ່ມີການຮັບປະກັນ

ຄວາມຍີດຍຸ່ນຂອງລະບົບ

ສາມາດຕິດຕໍ່ເຮົາເພື່ອເຮັດລະບົບຕາມເງື່ອນໄຂທີ່ລູກຄ້າກຳນົດເອງໄດ້

ອອກແບບຕາມຂໍ້ຈຳກັດທີ່ລູກຄ້າມີເຊັ່ນ: ບ່ອນບໍ່ມີສັນຍານອິນເຕີເນັດ ກໍ່ສາມາດໃຊ້ລະບົບ ອອຟລາຍໄດ້, ບ່ອນທີ່ບໍ່ມີໄຟຟ້າ ກໍ່ສາມາດໃຊ້ໂຊລ່າເຊວເຂົ້າໄດ້, ບ່ອນທີ່ໄຟມັກຕົກ ກໍ່ສາມາດເສີມໄຟສຳຮອງເຂົ້າໄດ້, ສະຖານທີ່ ທີ່ລູກຄ້າບໍ່ໄດ້ເອົາເນັດເຂົ້າ ກໍ່ສາມາດຕິດຕັ້ງລະບົບອິນເຕີເນັດແບບໄຮ້ສາຍເຂົ້າໄດ້.

ໝັ້ນໃຈໂລດວ່າ ລະບົບທີ່ສຳເລັດຮູບມາຈາກຕ່າງປະເທດ ບໍ່ມີອອບຊັນແບບນີ້ໃຫ້ລູກຄ້າແນ່ນອນ. ຖ້າຈະສັ່ງພັດທະນາໃຫ້ເຮົາພິເສດ ຈະຕ້ອງໄດ້ຈ່າຍສູງ.

ລະບົບຂອງພວກເຮົາຕ່າງຈາກ ລະບົບທີ່ຊື້ມາສຳເລັດຮູບ ຈາກຕ່າງປະເທດແນວໃດ ?

ໂປຣໂມຊັ່ນ ພິເສດ ສຳລັບລູກຄ້າ 20 ຄົນທຳອິດ ຈະໄດ້ສ່ວນຫຼຸດເຖິງ 40%

ຮັບສະເພາະແຕ່ 20 ຄົນທຳອິດຈະໄດ້ລາຄາພິເສດ , ກະລຸນາຕື່ມຂໍ້ມູນໃຫ້ຄົບຖ້ວນ, ຫຼັງຈາກທີ່ລົງທະບຽນຈອງແລ້ວ, ພວກເຮົາຈະໄປຕິດຕັ້ງໃຫ້ທ່ານ ພ້ອມຮັບປະກັນ 1 ປີເຕັມ

ເງື່ອນໄຂ ແລະ ລາຍລະອຽດເພີ່ມເຕີມ

  • ຫຼັງຈາກທ່ານໃດລົງທະບຽນແລ້ວ ທາງທີມງານຈະຕິດຕໍ່ຫາທາງລູກຄ້າທີ່ຈອງຄິວໄວ້ ຕາມລຳດັບ ໝາຍຄວາມວ່າ ຜູ້ໃດຈອງກ່ອນ ຈະໄດ້ຕິດຕັ້ງກ່ອນ

  • ຫຼັງຈາກຕິດຕໍ່ແລ້ວ ທາງທີມງານຈະສອບຖາມຄວາມຕ້ອງການຂອງລູກຄ້າເພີ່ມເຕີມ, ແລະ ທາງລູກຄ້າຈະຕ້ອງມັດຈຳເງິນຈຳນວນ 30% ເພື່ອຢືນຢັນວ່າ ຕົນເອງຍອມຮັບຕິດຕັ້ງແທ້.

  • ຫຼັງຈາກລູກຄ້າມັດຈຳແລ້ວ ທີມງານຕ້ອງກະກຽມອຸປະກອນ ທົດສອບລະບົບ ກ່ອນໄປຕິດຕັ້ງໃຫ້ລູກຄ້າ ແລະ ນັດມື້ຕິດຕັ້ງກັບລູກຄ້າພາຍໃນ 7 ວັນ.

  • ລູກຄ້າຕ້ອງໄດ້ສົ່ງສະຖານທີ່ຕິດຕັ້ງ ໃຫ້ທີມງານ.

  • ການຕິດຕັ້ງຈະໃຊ້ເວລາ 1 ວັນ

  • ຫຼັງຕິດຕັ້ງຈະໄດ້ມີການສອນນຳໃຊ້ ໃຫ້ແກ່ລູກຄ້າ ແລະ ຮັບປະກັນລະບົບໃຫ້ເປັນເວລາ 1 ປີ, ຖ້າກໍລະນີມີການເປ່ເພ ແມ່ນ ທີມງານຈະໄດ້ເຂົ້າມາກວດສອບ ແລະ ສ້ອມແປງ ປ່ຽນໃໝ່ເຄື່ອງໃໝ່ໃຫ້ຖ້າຈຳເປັນ.

  • ສຳລັບລາຄານີ້ແມ່ນຮັບພຽງ 20 ຄົນທຳອິດ, ຖ້າກາຍຄິວແມ່ນຈະໄດ້ຊື້ໃນລາຄາເຕັມ.

  • ລະບົບນີ້ແມ່ນຂອງທີມງານ ເຮົາພັດທະນາເອງ, ລູກຄ້າສາມາດໝັ້ນໃຈໄດ້ໃນຄຸນນະພາບ, ລູກຫຼີ້ນຕ່າງໆ ຈະແຕກຕ່າງຈາກຂອງຈີນທີ່ຂາຍທົ່ວໄປ, ແລະ ສາມາດບອກເງື່ອນໄຂ ໄດ້ວ່າຕ້ອງການແນວໃດ ສາມາດ ເພີ່ມຄວາມສາມາດອື່ນໆເຂົ້າໄດ້ ແຕ່ຈະຕ້ອງໄດ້ເພີ່ມຄ່າໃຊ້ຈ່າຍຂື້ນຕາມເງື່ອນໄຂ.

  • ສອບຖາມເພີ່ມເຕີມໄດ້ທີ່ເບີໂທ: 77733448

ໝາຍເຫດ: ສຳລັບລູກຄ້າທີ່ຢູ່ແຂວງອື່ນໆ ແມ່ນຈະມີຄ່າໃຊ້ຈ່າຍເພີ່ມເຕີມ ໃນການລົງໄປຕິດຕັ້ງ ແລະ ຈະໃຊ້ເວລາລໍຖ້າ ເນື່ອງຈາກທາງເຮົາຈະລົງໄປຕ່າງແຂວງໃຫ້ເປັນງວດໆ ເພື່ອເຊບຄ່າໃຊ້ຈ່າຍໃຫ້ທາງລູກຄ້າ.